​ຄຳ​ຖາມ​ທີ່​ພົບ​ເລື້ອຍໆ​ກັບ​ຊູ​ເມ້


ບໍ່​ມີ​ຄ່າ​ໃຊ້​ຈ່າຍ 100% ແທ້​ບໍ?

ແມ່ນແລ້ວ. ບໍ່ມີລຸ້ນທີ່ນິຍົມ,ບໍ່ມີໄລຍະເວລາທົດລອງ,ບໍ່ມີການຂາຍສິນຄ້າຕາມຫຼັງ. ພວກເຮົາໄດ້ຮັບຟຣີໆ. ພວກເຮົາກໍມອບໃຫ້ຟຣີໆ.

ທ່ານ​ຕ້ອງ​ມີ​ອາ​ຍຸ​ຢ່າງ​ໜ້ອຍ​ຈັກ​ປີ​ຈຶ່ງ​ຈະ​ຮັບ​ການ​ຝຶກ​ອົບ​ຮົມ​ໄດ້?

ພວກ​ເຮົາ​ຂໍ​ແນະ​ນຳ​ໃຫ້​ຜູ້​ເຂົ້າ​ຝຶກ​ອົບ​ຮົມ​ມີ​ອາ​ຍຸ​ຕັ້ງ​ແຕ່ 13 ປີ​ຂຶ້ນ​ໄປ. ຖ້າ​ຫາກ​ທ່ານ​ຄິດ​ວ່າ​ທ່ານ​ມີ​ຄົນ​ທີ່​ອາ​ຍຸ​ນ້ອຍກວ່ານັ້ນ​ທີ່​ຈະ​ໄດ້​ປະ​ໂຫຍດ​ຈາກ​ການ​ອົບ​ຮົມ,ທ່ານກໍ່​ສາ​ມາດ​ໃຫ້​ພວກ​ເຂົາ​ເຂົ້າ​ຮ່ວມ​ການ​ອົບ​ຮົມ​ໄດ້.

ຖ້າ​ຫາກ​ຜູ້​ເຂົ້າ​ຮ່ວມຝຶກ​ອົບ​ຮົມບໍ່​ມີ​ທີ່​ຢູ່​ອີ​ເມ​ວ​ຈະ​ຕ້ອງ​ເຮັດ​ແນວ​ໃດ?

ຢ່າງ​ໜ້ອຍ​ຕ້ອງ​ມີ​ໜຶ່ງ​ຄົນ​ໃນ​ກຸ່ມ​ທີ່​ມີ​ອີ​ເມວ​ທີ່​ໃຊ້​ງານ​ຢູ່​ແທ້ໆ ເພື່ອ​ເຂົາ​ຈະ​ສາ​ມາດ​ເຂົ້າ​ສູ່​ລະ​ບົບ​ແລະ​ເຂົ້າ​ເຖິງ​ຂໍ້​ມູນ​ທັງ​ໝົດ​ໃນ​ເວບ​ໄຊ​ທ໌​ໄດ້​ຜູ້​ຮ່ວມ​ກຸ່ມ​ທີ່​ເບິ່ງ​ຂໍ້​ມູນ​ໃນ​ຂະ​ນະ​ທີ່​ຢູ່​ກັບ​ກຸ່ມບໍ່​ຈຳ​ເປັນ​ຕ້ອງ​ມີ​ອີ​ເມວ​ເພື່ອ​ເລີ່ມ​ຕັ້ງ​ກຸ່ມກໍ່​ໄດ້.

ຂ້ອຍ​ຈະ​ເບິ່ງ​ບົດ​ຮຽນ​ຕ່າງໆ ກ່ອນ​ເລີ່ມ​ການ​ຝຶກ​ອົບ​ຮົມ​ໄດ້​ແນວ​ໃດ?

ລອງ​ເຂົ້າ​ໄປ​ໃນ​ສ່ວນ​ທີ່​ຮຽກ​ວ່າ "ພາບ​ລວມ" ເຊິ່ງ​ຈະ​ຊີ້ໃຫ້​ເຫັນ​ແນວ​ຄິດ,ເຄື່ອງ​ມື​ຕ່າງໆ,ແລະ​ສິ່ງ​ທີ່​ກຸ່ມ​ຈະ​ຝຶກ​ຮ່ວມ​ກັນ​ໃນ​ແຕ່​ລະ​ບົດ​ຮຽນ.

ເນື້ອ​ໃນ​ຂອງ​ການ​ຝຶກ​ອົບ​ຮົມ​ນີ້​ແມ່ນ​ຫຍັງ?

ທ່ານສາມາດເບິ່ງພາບລວມຂອງເນື້ອຫາໄດ້ໃນສ່ວນຂອງເນື້ອຫາ ຫຼືດາວໂຫຼດຄູ່ມືແລະອ່ານເນື້ອຫາຂອງຫຼັກ​ສູດນີ້ ຫຼືເຂົ້າສູ່ລະບົບແລະເລີ່ມຕັ້ງກຸ່ມ​ໜຶ່ງຂຶ້ນມາ. ແຕ່ວ່າ​ຢູ່ຫນ້າທໍາອິດຂອງບົດຮຽນ​ກະ​ລຸ​ນາເລືອກ "​ການສໍາຫຼວດບົດຮຽນ" ສິ່ງນີ້ຈະຊ່ວຍໃຫ້​ທ່ານ ໄດ້ເຫັນເນື້ອ​ໃນ​ຫຍໍ້ ໆ ໂດຍບໍ່ຕ້ອງເຮັດເຄື່ອງ​ໝາຍເມື່ອເຮັດບົດຮຽນ​ຈົນຈົບແລ້ວ.

ຂ້ອຍ​ຈະ​ຕ້ອງ​ພິມ​ປຶ້ມຄູ່​ມື​ອອກ​ມາ​ກ່ອນ​ການ​ອົບ​ຮົມ. ຂ້ອຍ​ຈະ​ເຮັດ​​ໄດ້​ແນວ​ໃດ?

ທ່ານສາ​ມາດ​ຫາຄູ່​ມືພົບ​ໄດ້​ສະ​ເໝີຢູ່ທາງເທິງຂອງແ​ຖບ "ກ່ຽວກັບ" ​ທີ່ຢູ່​ເທິງ​​ສຸດຂອງ​ທຸກໆ​ໜ້າ.

ຂ້ອຍຫຼົງ​ໄປ​ກົ​ດປຸ່ມ​ຕໍ່​ໄປ​ແລະ​ຂ້ອຍ​ຢາກ​ກັ​ບໄປ​ເບິ່ງວິ​ດີ​ໂອ​ອີກ​ເທື່ອ​ໜຶ່ງ ຂ້ອຍ​ຈະ​ກັບ​ໄປ​ໄດ້​ແນວ​ໃດ?

ໃຊ້​ປຸ່ມ "ອັນ​ທີ່​ຜ່ານ​ມາ" ແລະ "​ອັນ​ຕໍ່​ໄປ" ເພື່ອ​ນຳ​ທາງ​ໃນ​ບົດ​ຮຽນ.ທ່ານ​ສາ​ມາດ​ກົດ​ໝາຍ​ເລກ​ບົດ​ຮຽນ​ຂອງ​ກຸ່ມ​ໃນ​ແຜງ​ຄວບ​ຄຸມ​ເພື່ອ​ໄປ​ທີ່​ບົດ​ຮຽນ​ນັ້ນ​ໂດຍ​ກົງ​ກໍ່​ໄດ້.

ມີ​ຄູ​ຝຶກ​ເພື່ອ​ການສ້າງ​ສາ​ວົກ​ແລະ​ຕັ້ງ​ຄ​ຣິ​ສ​ຕະ​ຈັກຫຼາຍ​ຄົນ​ແລ້ວ ຍ້ອນ​ຫຍັງ​ຈຶ່ງ​ຕ້ອງ​ການ​ຊູ​ເມ້​ອີກ?

ການຝຶກອົບຮົມຊີວິດຈິງແມ່ນດີກວ່າການຝຶກອົບຮົມອອນໄລນ໌ ການຝຶກອົບຮົມອອນໄລນ໌ບໍ່ຄວນ​ເອົາ​ມາແທນການຝຶກອົບຮົມໃນຊີວິດຈິງ. ແຕ່​ໜ້າເສຍດາຍ ເນື່ອງຈາກວ່າມີ​ຄວາມຈໍາກັດຫຼາຍຢ່າງເຊັ່ນ: ການເຂົ້າເຖິງ,ຄວາມຮູ້ ຄວາມ​ເຂົ້າ​ໃຈ,ຄວາມ​ພ້ອ​ມ , ເວລາແລະເຫດຜົນອື່ນໆ. ດັ່ງນັ້ນ, ຫຼາຍຄົນທີ່ຄວນ​ຈະເຂົ້າເຖິງການຝຶກອົບຮົມໃນຊີວິດຈິງ​ຈິ່ງບໍ່ສາມາດເຂົ້າເຖິງການຝຶກອົບຮົມໄດ້. ​ ຊູ​ເມ້ ແມ່ນຄວາມພະຍາຍາມທີ່ຈະຕອບສະໜອງການ​ປ່ຽນແທນທີ່ມີຄຸນນະພາບສູງໃຫ້ແກ່​ຄົນເຫຼົ່ານີ້. ​ຊູ​ເມ້ນໍາໃຊ້ຫຼັກການດຽວກັນກັບການຝຶກອົບຮົມ​ໃນຊີວິດທີ່ແທ້ຈິງ​ຕ່າງໆທີ່ມີຢູ່. ນອກຈາກນັ້ນ, ພວກເຮົາໄດ້ພົບວ່າເມື່ອ​ຄົນ​ໜຶ່ງ​ໄດ້ຝຶກອົບ​ຮົມກັບຊູ​ເມ້​ແລ້ວ,ເຂົາກໍ່ສາມາດ​ຫັນ​ມາສ້າງກຸ່ມຂອງຕົນເອງແລະໃຫ້ການຝຶກ​ກັບຜູ້​ໃຊ້​ຊູ​ເມ້​ຄົນອື່ນໆ​ໄດ້ໂດຍບໍ່ຍາກເລີຍ. ນີ້ແມ່ນໂອກາດທີ່ມີພະ​ລັງສໍາລັບການ​ສ້າງສາວົກທີ່ຈະເພີ່ມທະ​ວີຈໍານວນ.

ຫຼັກ​ຂໍ້​ເຊື່ອ​ຂອງ​ຊູ​ເມ້​ແມ່ນ​ຫຍັງ?

ເນື່ອງ​ຈາກ​ຊູ​ເມ້ບໍ່​ໄດ້​ຖືກ​ບໍ​ລິ​ຫານ​ໂດຍ​ອົງ​ກອນ ຈຶ່ງບໍ່​ມີຫຼັກ​ຂໍ້​ເຊື່ອ​ຢ່າງ​ເປັນ​ທາງ​ການ ເຖິງ​ຢ່າງ​ໃດ​ກໍ່​ຕາມ​ພວກ​ເຮົາ​ທຸກ​ຄົນ​ທີ່​ເຮັດ​ວຽກ​ລ້ວນ​ເຫັນ​ພ້ອມ​ໃນຫຼັກ​ຂໍ້​ເຊື່ອ​ຂອງ​ການ​ປະ​ຊຸມຂອງ​ໂລ​ຊານ (Lausanne Covenant). Read the Covenant

ຂ້ອຍ​ຈະ​ເຮັດ​ການ​ຝຶກ​ອົບ​ຮົມ​ນີ້​ດ້ວຍ​ຕົນ​ເອງ​ຄົນ​ດຽວ​ໄດ້ຫຼືບໍ່?

ບໍ່​ໄດ້, ຍັງມີ​ການ​ຝຶກ​​ອົບ​ຮົມສຳ​ຄັນຫຼາຍ​ຢ່າງ​ແລະ​ບົດ​ຮຽນ​ການ​ຝຶກ​ຕົວ​ຈິງຫຼາຍ​ບົດ​ທີ່​ຕ້ອງ​ມີ​ຄົນ​ອື່ນ​ນຳ​ຈຶ່ງ​ຈະ​ສຳ​ເລັດ​ສົມ​ບູນ​ໄດ້ . ຄວນ​ມີ​ຢ່າງ​ໜ້ອຍ 3-4 ຄົນ​ໃນ​ແຕ່​ລະ​ບົດ​ຮຽນ ບໍ່​ດັ່ງ​ນັ້ນ​ທ່ານ​ຈະ​ບໍ່​ໄດ້​ຮັບ​ປະ​ສົບ​ການ​ເຕັມ​ທີ່​ຈາກ​ການ​ຝຶກ​ອົບ​ຮົມ.

ການ​ຝຶກ​ອົບ​ຮົມ​ນີ້​ເໝາະ​ສົມ​ກັບ​ໃຜ​ແດ່?

ການ​ຝຶກ​ອົບ​ຮົມ​ນີ້​ເໝາະ​ສົມ​ກັບ​ຜູ້​ເຊື່ອ​ໃນພ​ຣະ​ເຢ​ຊູເຈົ້າ​ທີ່​ມີ​ອາ​ຍຸ 13 ປີ​ຂຶ້ນ​ໄປ​ແລະ​ເປັນ​ຜູ້​ອ່ານ​ໜັງ​ສື​ໄດ້.ໃນ​ອະ​ນາ​ຄົດ​ອາດ​ຈະ​ມີ​ການ​ເຮັດ​ຮູບ​ແບບ​ທີ່​ເໝາະ​ສົມ​ກັບ​ຜູ້​ທີ່ບໍ່​​ຮູ້​ໜັງ​ສື​ແຕ່​ຍັງ​ບໍ່​ແມ່ນ​ຮູບ​ແບບປະ​ຈຸ​ບັນນີ້ .ພວກ​ເຮົາ​ເຊື່ອ​ວ່າ​ທຸກ​ຄົນ​ທີ່​ມີ​ລັກ​ສະ​ນະ​ກົງ​ກັບ​ທີ່​ກ່າວ​ມາ​ຄວນ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ນີ້.

ໃຜ​ເປັນ​ເຈົ້າ​ຂອງ​ຊູ​ເມ້?

ເນື່ອງຈາກວ່າບໍ່ມີອົງການຈັດຕັ້ງໃດທີ່ "​ບໍ​ລິ​ຫານ" ໂຄງການ​ຊູ​ເມ້ແລະໂຄງການບໍ່ແມ່ນອົງການຈັດຕັ້ງ ​ເຊັ່ນ​ກັນ ແຕ່ວ່າມັນເປັນການຮ່ວມມືຂອງຄົນທີ່ມີຫົວໃຈທີ່ຈະປະຕິບັດຕາມພ​ຣະ​ມະ​ຫາ​ບັນ​ຊາຂອງພຣະຄຣິດເພື່ອ​ສ້າງ​ສາ​ວົກກັບ​ຄົນທຸກຊາດໃນແຜ່ນດິນໂລກແລະຂະຫຍາຍອານາຈັກຂອງພຣະອົງໃນທຸກໆ​ບ່ອນຈົນກ່ວາພ​ຣະ​ປະ​ສົງຂອງພຣະອົງຈະ​ສຳ​ເລັດຜົນໃນໂລກເຊັ່ນ​ດຽວ​ກັນ​ກັບໃນສະຫວັນ. ຄວາມຄິດຂອງໂຄງການນີ້ໄດ້ເລີ່ມຕົ້ນດ້ວຍການປະຊຸມ​ກັນ​ຂອງຜູ້ນໍາໂຄງການ​ໂຈ​ນາ​ທານ( Jonathan)ເຊິ່ງ​ນັບ​ແຕ່ນັ້ນ​ມາກໍ່ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ​ຍິ່ງກວ່ານັ້ນ​ອີກ. ໂຄງການໂຈ​ນາ​ທານ Jonathan ແມ່ນກຸ່ມພັນທະມິດທີ່ອຸທິດຕົນເພື່ອການ​ເພີ່ມທະ​ວີຈໍານວນ​ສາ​ວົກທົ່ວໂລກນີ້.

ແຜນ​ການ​ສາມ​ໄລ​ຍະ​ທີ່​ມີ​ການ​ວາງ​ແຜນ​ໄວ້​ແລ້ວ​ແມ່ນ​ຫຍັງ?

ໄລ​ຍະ​ທີ 1:
ສຸມໃສ່ຢູ່ສະຫະລັດອາເມຣິກາໂດຍໃຊ້ພາສາອັງກິດ. ເປົ້າ​ໝາຍຕົ້ນຕໍນີ້ແມ່ນເພື່ອໃຫ້ມີກຸ່ມຝຶກອົບຮົມ​ໜຶ່ງກຸ່ມປະກອບດ້ວຍ 4-12 ຄົນໃນແຕ່ລະ5,000ຄົນ​ຂອງ​ພົນ​ລະ​ເມືອງໃນປະເທດນີ້. ກຸ່ມການຝຶກອົບຮົມແຕ່ລະກຸ່ມຈະເລີ່ມຕົ້ນສ້າງຕັ້ງ​ຄ​ຣິ​ສ​ຕະ​ຈັກລຸ້ນທໍາອິດສອງ​ຄ​ຣິ​ສ​ຕະ​ຈັກ​ເຊິ່ງ​ຕໍ່​ມາກໍ່ຈະສ້າງກຸ່ມໃ​ໝ່​ຂຶ້ນ​ມາ​ອີກ. ມີ​ເຂດ​ຈຳ​ນວນ​ພົນ​ລະ​ເມືອງ​ປະມານ 65.000 ​ເຂດ ນັ້ນ​ກໍ່​ໝາຍຄວາມວ່າຈະມີ​ຄ​ຣິ​ສ​ຕະ​ຈັກ​ລຸ້ນ​ທຳ​ອິດ 130,000 ​ແຫ່ງ.

ໄລ​ຍະ​ທີ 2:
ໄລຍະທີ 2 ຈະປະກອບມີການຝຶກອົບຮົມບັນດາຄຣິສຕະຈັກໄລຍະທີ 1 ເຫຼົ່ານີ້ໂດຍຜ່ານຂະບວນການສ້າງໜ່ວຍໃໝ່. ເຊັ່ນດຽວກັບການສົ່ງຕໍ່ໂຄງການໃນພາສາສຳຄັນອື່ນໆລະດັບໂລກ,ໂຄງການຈະເລີ່ມຕົ້ນໃນພາສາຕໍ່ໄປນີ້: ອາມາຣິກ,ອາຣະບິກ,ເບນກາລີ, ບໍພີວາຣີ,ພະມ້າ,ຈີນ,ຈີນກວງຕຸ້ງ,ຟາຊິດ,ຝຣັ່ງ,ເຢຍລະມັນ,ກູຈາຣາຕິ,ຫົວຊາ,ອິນເດຍ,ອິນໂດເນເຊຍ,ອິຕາລີ,ຍີ່ປຸ່ນ,ກັນນາດາ,ເກົາຫຼີ,ເມດທິລີ,ມາລາຍາລຳ,ມາລາຕີ,ໂອລີຢາ,ປັນຈາບ(ຕາເວັນອອກ),ປັນຈາບ(ຕາເວັນຕົກ),ປ໊ອກຕຸຍການ,ລັດເຊຍ,ສະວາຮິລີ,ທາມີນ,ເທລູກຸ,ໄທ,ລາວ,ຕຸລາກີ,ປາກີສະຖານ,ຫວຽດນາມ,ໂຢຣູບາ.

ໄລ​ຍະ​ທີ 3:
ໄລ​ຍະທີ 3 ສຸມໃສ່ທີ່​ໄລ​ຍະ​ທີ 1 ແລະ​ໄລ​ຍະທີ 2 ຂອງ​ຄ​ຣິ​ສ​ຕະ​ຈັກຈັກ​ເພື່ອ​ລະ​ດົມກໍາລັງທົ່ວໂລກ. ມີວິໄສທັດເພື່ອສ້າງສາ​ວົກທຸກແຫ່ງໃນທຸກໆກຸ່ມ, ໂຄງການ​ຊູ​ເມ້ແມ່ນມີຢູ່ເພື່ອເຮັດໃຫ້ໂລກ​ເຕັມ​ໄປ​ດ້ວຍ​ສາ​ວົກ​ທີ່​ເພີ່ມ​ທະ​ວີ​ຈຳ​ນວນ​ໃນ​ຍຸກ​ຂອງພວກເຮົາ. ເພື່ອເລັ່ງລັດພາລະກິດຂອງພວກເຮົາ, ພວກເຮົາໄດ້ພັດທະນາແລະນໍາສະເໜີການແກ້ໄຂແຜນທີ່ດັ່ງນັ້ນທີມງານສາມາດເຮັດວຽກ​ຢ່າງ​ມີຍຸດທະສາດເພື່ອບັນລຸເປົ້າ​ໝາຍຂອງການຝຶກອົບຮົມ​ຊູ​ເມ້ແລະສ້າງຕັ້ງ​​ຄ​ຣິ​ສ​ຕະ​ຈັກລຽບ​ງ່າຍ​ແລະ​ໃນ​ເມືອງ​ທີ່​ງ່າຍ​ດາຍໃນທຸກໆ 50,000 ຄົນ​ທີ່​ຢູ່ນອກສະຫະລັດ.


ຍ້ອນ​ຫຍັງ​ຈຶ່ງ​ມີ​ຊື່​ວ່າ​ຊູ​ເມ້?

ຊູເມ້ໃນພາສາກຣີກແປວ່າ “ຢີດ” ໃນ​ມັດ​ທາຍ13:33 ໄດ້​ກ່າວເຖິງ​ຄຳ​​ອຸ​ປະ​ມາຂອງ​ພ​ຣະ​ເຢ​ຊູ​ໄວ້​ວ່າ“ລາ​ຊະ​ອາ​ນາ​ຈັກ​ສະຫວັນ​ປຽບ​ເໝືອນ​ເຊື້ອ​ແປ້ງ ທີ່​ຜູ້​ຍິງ​ຄົນ​ໜຶ່ງ​ເອົາ​ປົນ​ໃສ່​ໃນ​ແປ້ງ​ສາມ​ຜອງ ຈົນ​ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງ​ໝົດ.” ພາບນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄົນ​ທຳ​ມະ​ດາ​ທີ່​ໃຊ້​ສິ່ງ​ຂອງ​ທຳ​ມະ​ດາ​ແຕ່​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຍິ່ງ​ໃຫຍ່​ຕໍ່​ອາ​ນາ​ຈັກ​ຂອງ​ພ​ຣະ​ເຈົ້າ​ໄດ້ ຊູ​ເມ້​ໄດ້​ຕັ້ງ​ເປົ້າ​ໝາຍ​ໄປ​ທີ່​ຊ່ວຍ​ໃຫ້​ຜູ້​ເຊື່ອ​ທຳ​ມະ​ດາ​ຄົນ​ໜຶ່ງ​ມີ​ຄວາມ​ພ້ອມ​ແລະ​ມີ​ພະ​ລັງ​ທີ່​ຈະ​ອອກ​ໄປ​ທຸກໆ​ຊຸມ​ຊົນ​.

ການ​ຝຶກ​ອົບ​ຮົມ​ນີ້​ຈະ​ຖືກ​ແປ​ເປັນ​ພາ​ສາ​ຫຍັງ​ແດ່?

ຈະເລີ່ມໂຄງການຊູເມ້ໃນພາສາຕ່າງໆເຫຼົ່ານີ້ແລະໃຫ້ບໍລິການແກ່ຜູ້ທີ່ຕ້ອງການແປການຝຶກອົບຮົມແລະເຄື່ອງມືເປັນພາສາເພີ່ມເຕີມເຊັ່ນ: ອາມາຣິກ,ອາຣະບິກ,ເບນກາລີ,ບໍພີວາຣີ,ພະມ້າ,ຈີນ,ຈີນກວງຕຸ້ງ,ຟາຊິດ,ຝຣັ່ງ,ເຢຍລະມັນ,ກູຈາຣາຕິ,ຫົວຊາ,ອິນເດຍ,ອິນໂດເນເຊຍ,ອິຕາລີ,ຍີ່ປຸ່ນ,ກັນນາດາ,ເກົາຫຼີ,ເມດທິລີ,ມາລາຍາລຳ,ມາລາຕີ,ໂອລີຢາ,ປັນຈາບ(ຕາເວັນອອກ),ປັນຈາບ(ຕາເວັນຕົກ),ປ໊ອກຕຸຍການ,ລັດເຊຍ,ສະວາຮິລີ,ທາມີນ,ເທລູກຸ,ໄທ,ລາວ,ຕຸລາກີ,ປາກີສະຖານ,ຫວຽດນາມ,ໂຢຣູບາ.ເພື່ອເບິ່ງຄວາມຄືບໜ້າທີ່ຖືກປັບປຸງໃໝ່ທີ່ສຸດໄປທີ່ຄວາມຄືບໜ້າດ້ານການແປພາສາ

ກຸ່ມ​ຕ່າງໆ​ທີ່​ເລີ່ມ​ຕົ້ນ​ໂດຍ​ຜູ້​ຝຶກ​ເຫຼົ່າ​ນີ້​ຈະ​ມີ​ການ​ເຂົ້າ​ກຸ່ມຫຼື​ມີ​ໂຄງ​ສ້າງ​ແນວ​ໃດ?

ຂຶ້ນຢູ່ກັບສະຖານທີ່ແຕ່ລະແຫ່ງ ຖ້າ​ຜູ້​ຝຶກ​ອົບ​ຮົມທີ່ມາຈາກ​ຄ​ຣິ​ສ​ຕະ​ຈັກ​ແຫ່ງ​ໜຶ່ງຫຼື​ຄະ​ນະ​ໃດ​ໜຶ່ງ ຫຼືເຄືອຂ່າຍໜຶ່ງ. ໃນກໍລະນີດັ່ງກ່າວ, ສິ່ງທໍາມະດາທີ່ສຸດກໍ່​ຄືກຸ່ມໃໝ່ນີ້ຈະເຊື່ອມໂຍງກັ​ບຄ​ຣິ​ສ​ຕະ​ຈັກຫຼື​ຄະ​ນະຫຼືເຄືອຂ່າຍທີ່ມີຢູ່ແລ້ວ. ຢ່າງ​ໃດ​ກໍ່​ຕາມຖ້າຕ້ອງການກໍ່ສາມາດຕັ້ງເຄືອຂ່າຍ​ໃໝ່ຈາກຫຼາຍກຸ່ມ​ຂຶ້ນ​ມາ​ໄດ້. ຕົວເລືອກທີສາມ​ຄືກຸ່ມໃໝ່​ເຫຼົ່າ​ນັ້ນມາເຂົ້າຮ່ວມກຸ່ມອື່ນໆທີ່ຢູ່ໃນເຄືອຂ່າຍ​​ຂອງຄ​ຣິ​ສ​ຕະ​ຈັກຈັກ​ຕາມບ້ານ​ໄດ້. ຫຼາຍຄົນຜູ້ທີ່ໄດ້​ມີສ່ວນໃນການພັດທະນາຂອງຊູ​ເມ້ໄດ້ມາຈາກເຄືອຂ່າຍ​ຄ​ຣິ​ສ​ຕະ​ຈັກ​ລຽບ​ງ່າຍ, ດັ່ງນັ້ນພວກເຮົາຈຶ່ງສາມາດຊ່ວຍຈັດ​ເລື່ອງນີ້ໃຫ້​ໄດ້ຖ້າ​ຫາກຕ້ອງການ.

ມີ​ໃຜ​ສາ​ມາດ​ເບິ່ງ​ແຜນ​ການ​ສາມ​ເດືອນ​ຂອງ​ຂ້ອຍ​ໄດ້​ແດ່?

ມີພຽງແຕ່ທ່ານ​ເທົ່າ​ນັ້ນສາມາດເບິ່ງແຜນການຂອງທ່ານໄດ້. ​ນອກ​ຈາກວ່າທ່ານເຊື່ອມ​ຕໍ່​ມັນ​ເຂົ້າກັບກຸ່ມຂອງທ່ານ,ຫຼັງ​ຈາກນັ້ນຜູ້ນໍາກຸ່ມແລະຜູ້ຊ່ວຍຮ່ວມຈະສາມາດເຂົ້າເບິ່ງແຜນສາມເດືອນຂອງທ່ານໄດ້. ຄູຝຶກຂອງທ່ານຈະເຫັນແຜນຂອງທ່ານ​ໄດ້ເຊັ່ນກັນ. ຖ້າທ່ານບໍ່ຕ້ອງການຄູຝຶກ ,ໃຫ້ໄປ​ທີ່ຂໍ້ມູນສ່ວນຕົວຂອງທ່ານແລະຕັ້ງຄ່າຫົວຂໍ້​​ຄູຝຶກໃຫ້ເລືອກ "ບໍ່ຕ້ອງການ​ຄູຝຶກ".

ຂ້ອຍ​ສາ​ມາດ​ພິມແຜນ​ການ​ສາມ​ເດືອນ​ອອກ​ມາໄດ້ຫຼືບໍ່?

ໄດ້, ກະ​ລຸ​ນາເຮັດໃຫ້ແນ່ໃຈວ່າທ່ານ​ບັນ​ທຶກແຜນການ​ຂອງ​ທ່ານກ່ອນ, ຫຼັງຈາກນັ້ນພຽງແຕ່ເລື່ອນໄປທາງລຸ່ມຂອງແຜນການຂອງທ່ານແລະກົດປຸ່ມ "ພິມ​ແຜນ​ການ​ທີ່​ບັນ​ທຶກ​ໄວ້​ແລ້ວ".

ຂ້ອຍ​ສາ​ມາດ​ແກ້​ໄຂ​ແຜນ​ການ​ສາມ​ເດືອນ​ຕາມຫຼັງ​ໄດ້ຫຼືບໍ່?

ໄດ້, ທ່ານ​ກັບ​ໄປ​ເບິ່ງ​ແຜນ​ການ​ແລະ​ແກ້​ໄຂ​ເມື່ອ​ໃດ​ກໍ່​ໄດ້. ກະ​ລຸ​ນາ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ທ່ານ​ໄດ້​ກົດ​ປຸ່ມ "ບັນ​ທຶກ" ​ຢູ່ທາງ​ລຸ່ມ​ແຜນ​ການ​ຂອງ​ທ່ານ.

ຊູ​ເມ້​ມີ​ຊ່ອງ​ທາງ​ສຳ​ລັບ​ຂ້ອຍ​ໃນ​ການ​ໂອ້​ລົມ​ກັບ​ຄົນ​ໃນ​ກຸ່ມ​ຂອງ​ຂ້ອຍ​ໄດ້ຫຼືບໍ່?

ຍັງ​ບໍ່​ແມ່ນ​ຕອນນີ້. ຂໍ​ແນະ​ນຳ​ໃຫ້​ສະ​ມາ​ຊິກ​ທຸກ​ຄົນ​ໃນ​ກຸ່ມ​ຂອງ​ທ່ານ​ສ້າງ​ການ​ເຂົ້າ​ສູ່​ລະ​ບົບ​ແລະ​ເພີ່ມ​ພວກ​ເຂົາ​ແຕ່​ລະ​ຄົນ​ລົງ​ໃນ​ກຸ່ມ​ຊູ​ເມ້​ຂອງ​ທ່ານ.​ໂດຍ​ວິ​ທີນີ້​ສະ​ມາ​ຊິກ​ທຸກ​ຄົນ​ຈະ​ສາ​ມາດ​ເຂົ້າ​ເຖິງ​ເນື້ອ​ໃນ​ທັງ​ໜົດ​ໄດ້​ທຸກ​ເວ​ລາ​ເມື່ອ​ພວກ​ເຂົາ​ຕ້ອງ​ການ.ຈາກນັ້ນ​ກຸ່ມ​ສາ​ມາດ​ໃຊ້​​ຖານ(platform)ການ​ຮັບ​ສົ່ງ​ຂໍ້​ຄວາມ​ໃດ​ກໍ່​ໄດ້​ທີ່​ພວກ​ເຂົາ​ຕ້ອງ​ການ (iMessage, WhatsApp, Facebook group ແລະ​ອື່ນໆ) ​ສຳ​ລັບການ​​ຕິດ​ຕໍ່ສື່​ສານ​ໃນ​ກຸ່ມ​ຕໍ່​ໄປ.


​ເປົ້າ​ໝາຍ​ຕ່າງໆ​ຂອງ​ໂຄງ​ການ​ຊູ​ເມ້​:

ຊູເມ້ໃນພາສາກຣີກແປວ່າ “ຢີດ” ໃນ​ມັດ​ທາຍ13:33 ໄດ້​ກ່າວເຖິງ​ຄຳ​​ອຸ​ປະ​ມາຂອງ​ພ​ຣະ​ເຢ​ຊູ​ໄວ້​ວ່າ“ລາ​ຊະ​ອາ​ນາ​ຈັກ​ສະຫວັນ​ປຽບ​ເໝືອນ​ເຊື້ອ​ແປ້ງ ທີ່​ຜູ້​ຍິງ​ຄົນ​ໜຶ່ງ​ເອົາ​ປົນ​ໃສ່​ໃນ​ແປ້ງ​ສາມ​ຜອງ ຈົນ​ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງ​ໝົດ.” ພາບນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄົນ​ທຳ​ມະ​ດາ​ທີ່​ໃຊ້​ສິ່ງ​ຂອງ​ທຳ​ມະ​ດາ​ແຕ່​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຍິ່ງ​ໃຫຍ່​ຕໍ່​ອາ​ນາ​ຈັກ​ຂອງ​ພ​ຣະ​ເຈົ້າ​ໄດ້ ຊູ​ເມ້​ໄດ້​ຕັ້ງ​ເປົ້າ​ໝາຍ​ໄປ​ທີ່​ຊ່ວຍ​ໃຫ້​ຜູ້​ເຊື່ອ​ທຳ​ມະ​ດາ​ຄົນ​ໜຶ່ງ​ມີ​ຄວາມ​ພ້ອມ​ແລະ​ມີ​ພະ​ລັງ​ທີ່​ຈະ​ອອກ​ໄປ​ທຸກໆ​ຊຸມ​ຊົນ​ເພື່ອ​ເພີ່ມ​ທະ​ວີ​ຈຳ​ນວນ​ສາ​ວົກໃນ​ຍຸກສະ​ໄໝ​ຂອງ​ພວກ​ເ​ຮົາ.

ຊູ​ເມ້ນໍາໃຊ້ເວທີການຝຶກອົບຮົມອອນໄລນ໌ເພື່ອໃຫ້ຜູ້ເຂົ້າຮ່ວມໃນການສ້າງສາວົກຂັ້ນພື້ນຖານແລະຫຼັກສູດການ​ເພີ່ມ​ທະ​ວີ​ຈຳ​ນວນຂອງຄຣິສຕະຈັກລຽບງ່າຍ, ​ຂັ້​ນ​ຕອນ​ການ​ເຮັດ​ວຽກແລະການລົງ​ມືປະຕິບັດ.

ພາສາ


English English
العربية Arabic
العربية - الأردن Arabic (JO)
Sign Language American Sign Language
भोजपुरी Bhojpuri
বাংলা Bengali (India)
Bosanski Bosnian
粵語 (繁體) Cantonese (Traditional)
Hrvatski Croatian
فارسی Farsi/Persian
Français French
Deutsch German
ગુજરાતી Gujarati
Hausa Hausa
हिंदी Hindi
Bahasa Indonesia Indonesian
Italiano Italian
ಕನ್ನಡ Kannada
한국어 Korean
کوردی Kurdish
ພາສາລາວ Lao
𑒧𑒻𑒟𑒱𑒪𑒲 Maithili
國語(繁體) Mandarin (Traditional)
国语(简体) Mandarin (Simplified)
मराठी Marathi
മലയാളം Malayalam
नेपाली Nepali
ଓଡ଼ିଆ Oriya
Apagibete Panjabi
Português Portuguese
русский Russian
Română Romanian
Slovenščina Slovenian
Español Spanish
Soomaaliga Somali
Kiswahili Swahili
தமிழ் Tamil
తెలుగు Telugu
ไทย Thai
Türkçe Turkish
اُردُو Urdu
Tiếng Việt Vietnamese
Yorùbá Yoruba
More languages in progress