ການຝຶກອົບຮົມຊູເມ້
ການອົບຊູເມ້ແມ່ນການຝຶກອົບຮົມແບບອອນໄລແລະຮຽນຮູ້ຜ່ານການຝຶກຝົນໃນຊີວິດຈິງ ຖືກອອກແບບມາສຳລັບກຸ່ມນ່ອຍໆທີ່ເຊື່ອພຣະເຢຊູເຈົ້າ ເພື່ອຮຽນຮູ້ເລື່ອງການເຊື່ອຟັງພຣະມະຫາບັນຊາຂອງພຣະອົງແລະການເພີ່ມທະວີຈຳນວນສາວົກ.
ຊູເມ້ປະກອບໄປດ້ວຍບົດຮຽນ 10 ບົດ , ບົດລະ 2 ຊົ່ວໂມງ:
ວິດີໂອພາບແລະສຽງຈະຊ່ວຍໃຫ້ກຸ່ມຂອງທ່ານເຂົ້າໃຈຫຼັກການພື້ນຖານຂອງການເພີ່ມທະວີຈຳນວນສາວົກ.
ການໂອ້ລົມໃນກຸ່ມຈະຊ່ວຍໃຫ້ກຸ່ມຂອງທ່ານໃຫ້ຄິດຕຶກຕອງໃນສິ່ງທີ່ກຳລັງເວົ້າເຖິງນັ້ນ.
ການຝຶກຫັດງ່າຍໆຈະຊ່ວຍໃຫ້ກຸ່ມຂອງທ່ານນຳເອົາສິ່ງທີ່ໄດ້ຮຽນຮູ້ໄປປະຕິບັດ.
ການທ້າທາຍຕ່າງໆໃນບົດຮຽນຈະຊ່ວຍໃຫ້ກຸ່ມຂອງທ່ານຮັກສາການຮຽນຮູ້ຢ່າງຕໍ່ເນື່ອງແລະການເຕີບໃຫຍ່ຂຶ້ນໃນລະຫວ່າງການຮຽນ.