ກ່ຽວກັບການອົບຮົມຊູເມ້
ຊູເມ້ນໍາໃຊ້ເວທີການຝຶກອົບຮົມອອນໄລນ໌ເພື່ອໃຫ້ຜູ້ເຂົ້າຮ່ວມໃນການສ້າງສາວົກຂັ້ນພື້ນຖານແລະຫຼັກສູດການເພີ່ມທະວີຈຳນວນຂອງຄຣິສຕະຈັກລຽບງ່າຍ, ຂັ້ນຕອນການເຮັດວຽກແລະການລົງມືປະຕິບັດ.
ເປົ້າໝາຍຕ່າງໆຂອງໂຄງການຊູເມ້:
ຊູເມ້ໃນພາສາກຣີກແປວ່າ “ຢີດ” ໃນມັດທາຍ13:33 ໄດ້ກ່າວເຖິງຄຳອຸປະມາຂອງພຣະເຢຊູໄວ້ວ່າ“ລາຊະອານາຈັກສະຫວັນປຽບເໝືອນເຊື້ອແປ້ງ ທີ່ຜູ້ຍິງຄົນໜຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງນັ້ນຟູຂຶ້ນທັງໝົດ.” ພາບນີ້ສະແດງໃຫ້ເຫັນເຖິງຄົນທຳມະດາທີ່ໃຊ້ສິ່ງຂອງທຳມະດາແຕ່ສາມາດສົ່ງຜົນກະທົບຍິ່ງໃຫຍ່ຕໍ່ອານາຈັກຂອງພຣະເຈົ້າໄດ້ ຊູເມ້ໄດ້ຕັ້ງເປົ້າໝາຍໄປທີ່ຊ່ວຍໃຫ້ຜູ້ເຊື່ອທຳມະດາຄົນໜຶ່ງມີຄວາມພ້ອມແລະມີພະລັງທີ່ຈະອອກໄປທຸກໆຊຸມຊົນເພື່ອເພີ່ມທະວີຈຳນວນສາວົກໃນຍຸກສະໄໝຂອງພວກເຮົາ.
ຊູເມ້ນໍາໃຊ້ເວທີການຝຶກອົບຮົມອອນໄລນ໌ເພື່ອໃຫ້ຜູ້ເຂົ້າຮ່ວມໃນການສ້າງສາວົກຂັ້ນພື້ນຖານແລະຫຼັກສູດການເພີ່ມທະວີຈຳນວນຂອງຄຣິສຕະຈັກລຽບງ່າຍ, ຂັ້ນຕອນການເຮັດວຽກແລະການລົງມືປະຕິບັດ.

ການອົບຮົມຊູເມ້ປະກອບດ້ວຍບົດຮຽນພື້ນຖານ 9 ບົດ, ບົດລະ 2 ຊົ່ວໂມງ:
- ວິດີໂອພາບແລະສຽງຈະຊ່ວຍໃຫ້ກຸ່ມຂອງທ່ານເຂົ້າໃຈຫຼັກການພື້ນຖານຂອງການເພີ່ມທະວີຈຳນວນສາວົກ.
- ການໂອ້ລົມໃນກຸ່ມຈະຊ່ວຍໃຫ້ກຸ່ມຂອງທ່ານໃຫ້ຄິດຕຶກຕອງໃນສິ່ງທີ່ກຳລັງເວົ້າເຖິງນັ້ນ.
- ການຝຶກຫັດງ່າຍໆຈະຊ່ວຍໃຫ້ກຸ່ມຂອງທ່ານນຳເອົາສິ່ງທີ່ໄດ້ຮຽນຮູ້ໄປປະຕິບັດ.
- ການທ້າທາຍຕ່າງໆໃນບົດຮຽນຈະຊ່ວຍໃຫ້ກຸ່ມຂອງທ່ານຮັກສາການຮຽນຮູ້ຢ່າງຕໍ່ເນື່ອງແລະການເຕີບໃຫຍ່ຂຶ້ນໃນລະຫວ່າງການຮຽນ.

ທ່ານຈະເລີ່ມເຮັດຊູເມ້ໄດ້ແນວໃດ:
- ຖ້າຫາກທ່ານຍັງບໍ່ໄດ້ສະໝັກເພື່ອເຂົ້າສູ່ລະບົບ, ກະລຸນາເຮັດສິ່ງນີ້ກ່ອນ.
- ເຊີນຊວນໝູ່ເພື່ອນ 3-11 ຄົນ,ກຸ່ມໜຶ່ງຕ້ອງມີຈຳນວນຢ່າງໜ້ອຍທີ່ສຸດ 3-4 ຄົນ ເພື່ອເຮັດການຝຶກຝົນແລະເປັນອົງປະກອບຂອງການຝຶກອົບຮົມ.
- ກຳນົດເວລາທີ່ທຸກຄົນຈະມາພົບກັນ.
- ເຮັດໃຫ້ແນ່ໃຈວ່າທ່ານມີເຄື່ອງມືທີ່ເຊື່ອມຕໍ່ອິນເຕີເນັດໄດ້.

ການຕຽມຕົວທີ່ອາດຈະຕຽມໄວ້ສຳລັບການພົບກັນຄັ້ງທຳອິດ:
- ດາວໂຫຼດຄູ່ມືຊູເມ້.
- ທ່ານສາມາດພິມປຶ້ມຄູ່ມືອອກມາເພື່ອແຈກໃຫ້ສະມາຊິກໃນກຸ່ມຂອງທ່ານໄດ້.
- ລອງຫາວິມີເຊື່ອມຕໍ່ອິນເຕີເນັດເຂົ້າກັບໂທລະພາບຫຼືເຄື່ອງໂປຣເຈັກເຕີ້ເພື່ອໃຫ້ທຸກຄົນໃນກຸ່ມຈະສາມາດເບິ່ງເນື້ອໃນຈາກຈໍນັ້ນໄດ້.