ບົດ​ຮຽນ 1

​ຍິນ​ດີ​ຕ້ອນ​ຮັບ​ເຂົ້າ​ສູ່​ຊູ​ເມ້
ດາວ​ໂຫຼດ

ສຳ​ລັບ​ບົດ​ຮຽນ​ບົດ​ທຳ​ອິດນີ້ ທ່ານ​ສາ​ມາດ​ອ່ານ​ຄູ່​ມື PDF ຕິດ​ຕາມ​ໄປ​ພ້ອມ ແຕ່​ຂໍ​ໃຫ້​ພິມ​ຄູ່​ມື​ແຈກ​ສະ​ມາ​ຊິກ​ທຸກ​ຄົນ​ເພື່ອ​ໃຊ້​ໃນ​ບົດ​ຮຽນ​ຕໍ່ໆ​ໄປ.

ດາວ​ໂຫຼດ​ຄູ້​ມື

​ອະ​ທິ​ຖານ​ໃນກຸ່ມ(5ນາ​ທີ)
ກະ​ລຸ​ນາ​ເລີ່ມ​ຕົ້ນ​ດ້ວຍ​ການ​ອະ​ທິ​ຖານ,ຄວາມ​ເຂົ້າ​ໃຈ​ຝ່າຍ​ວິນ​ຍານ​ແລະ​ການ​ປ່ຽນ​ແປງບໍ່​ອາດ​ເກີດ​ຂຶ້ນ​ໄດ້​ໂດຍ​​ບໍ່​ມີພ​ຣະ​ວິນ​ຍານ​ບໍ​ລິ​ສຸດເຈົ້າ.ຈົ່ງ​ໃຊ້​ເວ​ລາ​ຮ່ວມກັນ​ເປັນ​ກຸ່ມ​ເຊີນ​ພ​ຣະ​ອົງ​ເພື່ອ​ຊີ້​ນຳ​ທ່ານ​ໃນ​ບົດ​ຮຽນ​ນີ້.

ເບິ່ງ​ແລະ​ໂອ້​ລົ​ມ​ກັນ(15ນາ​ທີ)
ເບິ່ງ
ພ​ຣະ​ເຈົ້າ​ຊົງ​ໃຊ້​ຄົນທຳ​ມະ​ດາ​ເຮັດ​​ສິ່ງ​ທຳ​ມະ​ດາຫຼາຍ​ຢ່າງ ເພື່ອ​ສ້າງ​ຜົນ​ກະ​ທົບ​ຍິ່ງ​ໃຫຍ່, ກະ​ລຸ​ນາ​ເບິ່ງວິ​ດີ​ໂອນີ້​ເພື່ອ​ເບິ່ງວ່າ​ພ​ຣະ​ເຈົ້າ​ຊົງ​ເຮັດ​ວຽກ​ແນວ​ໃດ.
ໂອ້​ລົມ​ກັນ
ຖ້າ​ຫາກ​ພ​ຣະ​ເຢ​ຊູ​​ເຈົ້າມີ​ຈຸດປະ​ສົງ​ໃຫ້​ຜູ້​ເຊື່ອ​ພ​​ຣະ​ອົງ​ທຸກ​ຄົນ​ເຊື່ອ​ຟັງ​ພ​ຣະ​ມະ​ຫາ​ບັນ​ຊາ​ຂອງ​ພ​ຣະ​ອົງ, ຍ້ອນ​ຫຍັງ​ຈຶ່ງ​ມີ​ພຽງ​ແຕ່​ສາ​ວົກ​ບໍ່​ພໍ​ເທົ່າ​ໃດ​ຄົນ​ທີ່​ສ້າງ​ສາ​ວົກ​ຢ່າງ​ແທ້​ຈິງ?

ເບິ່ງ​ແລະ​ໂອ້​ລົ​ມ​ກັນ(15ນາ​ທີ)
ເບິ່ງ
ສາ​ວົກ​ແມ່ນ​ຫຍັ​ງ? ແລະ​ທ່ານ​ຈະ​ສ້າງ​ສາ​ວົກ​ໄດ້​ແນວ​ໃດ? ທ່ານ​ຈະ​ສອນ​ຜູ້​ເຊື່ອ​ພ​ຣະ​ເຢ​ຊູ​ເຈົ້າຄົນ​ໜຶ່ງ​ໃຫ້​ເຮັດ​ຕາມສິ່ງ​ທີ່​ພ​ຣະ​ອົ​ງ​ໄດ້ສັ່ງ​ໄວ້​ໃນ​ພ​ຣະ​ມະ​ຫາ​ບັນ​ຊາ​ໄດ້​ແນວ​ໃດ-ສອນ​ເຂົາ​ໃຫ້​ເຊື່ອ​ຟັງ​ທຸກ​ສິ່ງ​ທີ່​ເຮົາ​ສັ່ງ​ພວກ​ທ່ານ​ໄວ້?
ໂອ້​ລົມ​ກັນ
  1. ເມື່ອ​ຄິດ​ເຖິງ​ຄ​ຣິ​ສ​ຕະ​ຈັກ​ແຫ່ງ​ໜຶ່ງ,ທ່ານ​ຄິດ​ເຖິງ​ພ​າບ​ຫຍັງ?
  2. ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ພາບນັ້ນ​ກັບ"ຄ​ຣິ​ສ​ຕະ​ຈັກ​ລຽບ​ງ່າຍ"ທີ່​ໄດ້ບັນ​ຍາຍ​ໄວ້​ໃນ​ວິ​ດີ​ໂອ?
  3. ທ່ານ​ຄິດ​ວ່າຄ​ຣິ​ສ​ຕະ​ຈັກ​ໃດ​ຈະ​ເພີ່ມ​ທະ​ວີ​ຈຳ​ນວນ​ໄດ້​ງ່າຍ​ກວ່າ​ກັນ ຍ້ອນ​ຫຍັງ?

ເບິ່ງ​ແລະ​ໂອ້​ລົ​ມ​ກັນ(15ນາ​ທີ)
ເບິ່ງ
ເຮົາ​ຫາຍ​ໃຈ​ເຂົ້າ,ເຮົາ​ຫາຍ​ໃຈ​ອອກ ​ເຮົາ​ມີ​ຊີ​ວິດ ລົມ​ຫາຍ​ໃຈ​ຝ່າຍ​ຈິດ​ວິນ​ຍານກໍ່​ເປັນ​ແບບນັ້ນ​ຄື​ກັນ.
ໂອ້​ລົມ​ກັນ
  1. ຍ້ອນ​ຫຍັງ​ການຝຶກ​ຟັງ​ສຽງ​ຂອງ​ພ​ຣະ​ເຈົ້າ​ແລະ​ການ​ຈື່​ສຽງ​ຂອງ​ພ​ຣະ​ອົງ​ຈຶ່ງ​ສຳ​ຄັນຫຼາຍ?
  2. ການ​ຟັງ​ແລະ​ການ​ຕອບ​ສະ​ໜອງ​ພ​ຣະ​ເຈົ້າ​ເປັນ​ຄື​​ກັນກັບ​ການ​ຫາຍ​ໃຈ​ແທ້ຈິງຫຼື​ບໍ່? ຍ້ອນ​ຫຍັງ​ຈຶ່ງ​ແມ່ນຫຼືບໍ່​ແມ່ນ?

ຟັງ​ແລະ​ອ່ານ​ຕາມ(3ນາ​ທີ)
ອ່ານ

​ວິ​ທີ​ສຶກ​ສາ​ພ​ຣະ​ຄຳ​ພີ

ການ​ໄດ້​ຍິນ​ຈາກ​ພ​ຣະ​ເຈົ້າ​​ຢ່າງສະ​ໝ່ຳ​ສະ​ເໝີ​ເປັນ​ສິ່ງ​ສຳ​ຄັນ​ໃນ​ການ​ມີ​ຄວາມ​ສຳ​ພັນ​ກັບ​ພ​ຣະ​ອົງ​ແລະ​ຍັງ​ເຮັດ​ໃຫ້​ເຮົາ​ສາ​ມາດ​ຮັກ​ສາ​ການ​ມີ​ສ່ວນ​ຮ່ວມ​ດ້ວຍ​ໃຈ​ເຊື່ອ​ຟັງ​ໃນ​ສິ່ງ​ທີ່​ພ​ຣະ​ເຈົ້າ​ກຳລັງ​ກະ​ທຳ​ການ​ຢູ່​ອ້ອມ​ຂ້າງ​ເຮົາ.

ກະ​ລຸ​ນາ​ອ່ານ "ວິ​ທີ​ສຶກ​ສາ​ພ​ຣະ​ຄຳ​ພີ" ໃນ​ຄູ່​ມື​ຊູ​ເມ້​ຂອງ​ທ່ານ​ແລະ​ຈົ່ງ​ຟັງ​ວິ​ດີ​ໂອ​ສຽງ​ນີ້.

ຟັງ​ແລະ​ອ່ານ​ຕາມ(3ນາ​ທີ)
ອ່ານ

​ກຸ່ມ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ

ພ​ຣະ​ຄຳ​ພີ​ບອກ​ພວກ​ເຮົາ​ວ່າ ມື້​ໜຶ່ງ​ຜູ້​ເຊື່ອ​ພ​ຣະ​ເຢ​ຊູ​ເຈົ້າທຸກ​ຄົນ​ຈະ​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ສິ່ງ​ທີ່​ພວກ​ເຮົາ​ເຮັດ, ສິ່ງ​ທີ່​ເຮົາ​ເວົ້າ​ແລະ​ສິ່ງ​ທີ່​ເຮົາ​ຄິດ. ກຸ່ມ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບເປັນ​ວິ​ທີ​ອັນ​ດີເລີດ​ເພື່ອ​ກະກຽມ​ພວກ​ເຮົາ​ໃຫ້​ພ້ອມ​!

ກະ​ລຸ​ນາ​ອ່ານ "ກຸ່ມ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ" ໃນ​ຄູ່​ມື​ຊູ​ເມ້​ຂອງ​ທ່ານ​ແລະ​ຈົ່ງ​ຟັງ​ວິ​ດີ​ໂອ​ສຽງ​ນີ້.

​ຝຶກ​ຝົນ(45ນາ​ທີ)
ແບ່ງ​ກຸ່ມ
ແບ່ງ​​ເປັນ​ກຸ່ມ ກຸ່ມ​ລະ​ສອງຫຼື​ສາມ​ຄົນ​ເພດ​ດຽວ​ກັນ.
​ແບ່ງ​ປັນ
ໃຊ້​ເວ​ລາ 45 ນາ​ທີ​ຕໍ່​ຈາກນີ້​ຕອບ​ຊຸດ​ຄຳ​ຖາມ​ຄວາມ​ຮັບ​ຜິດ​ຊອບ-ລາຍ​ກາ​ນ​ທີ 2 ທີ່​ຢູ່​ໃນ​ສ່ວນ "ກຸ່ມ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ" ໃນ​ຄູ່​ມື​ຊູ​ເມ້​ຂອງ​ທ່ານ ​ຄູ່​ມື​ຊູ​ເມ້.

​ເບິ່ງ​ໄປ​ທາງ​ໜ້າ

​ຂໍ​ສະ​ແດງ​ຄວາມ​ຍິນ​ດີ​ນຳ! ທ່ານ​ເຮັດ​ບົດ​ຮຽນ​ທີ 1 ສຳ​ເລັດ​ຮຽບ​ຮ້ອຍ​ແລ້ວ.

ທາງ​ລຸ່ມນີ້​ຄື​ຂັ້ນ​ຕອນ​ຕ່າງໆ​ເພື່ອ​ກຽມ​ຕົວ​ສຳ​ລັບ​ບົດ​ຮຽນ​ຕໍ່​ໄປ.
​ເຊື່ອ​ຟັງ
ເລີ່ມ​ຝຶກ​ໃຊ້​ວິ​ທີ​ການ​ສຶກ​ສາ​ພ​ຣະ​ຄຳ​ພີ​ທີ່​ທ່ານ​ໄດ້​ຮຽນ​ໄປ​ໃນ​ບົດ​ນີ້​ຈົນ​ກວ່າ​ຈະ​ພົບ​ກັນ​ຄັ້ງ​ໜ້າ. ກະ​ລຸ​ນາ​ໃຫ້​ຄວາມ​ສົນ​ໃຈ​ກັບ​ມັດ​ທາຍ 5-7 ເປັນ​ພິ​ເສດ ອ່ານ​ສາມ​ບົດ​ນີ້​ຢ່າງ​ໜ້ອຍມື້​ລະ​ໜຶ່ງ​ຄັ້ງ.ຂໍ​ໃຫ້​ຈົດ​ບັນ​ທຶກ​ໂດຍ​ໃຊ້​ວິ​ທີ​ການ​ສຶກ​ສາ​ພ​ຣະ​ຄຳ​ພີ​ທີ່​ທ່ານ​ໄດ້​ຮຽນ​ໄປ.
​ແບ່ງ​ປັນ
ໃຊ້​ເວ​ລາ​ຖາມ​ພ​ຣະ​ເຈົ້າ​ວ່າ​ພ​ຣະ​ອົງ​ຊົງ​ຢາກ​ໃຫ້​ທ່ານ​ເລີ່ມ​ກຸ່ມ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ກັບ​ໃຜ ໂດຍ​ໃຊ້​ເຄື່ອງ​ມື​ຕ່າງໆ​ທີ່​ທ່ານ​ຮຽນ​ໄປ​ແລ້ວ​ໃນ​ບົດ​ຮຽນ​ນີ້. ຈົ່ງ​ບອກ​ຊື່​ຂອງ​ພວກ​ເຂົາ​ໃຫ້​ກຸ່ມ​ຮູ້​ກ່ອນ​ທີ່​ທ່ານ​ຈະ​ແຍກ​ກັນ​ໄປ​ແລະ​ຂໍ​ໃຫ້​ວາງ​​ແຜນເພື່ອ​ຕິດ​ຕໍ່​ກັບ​ພວກ​ເຂົາ​ໃນ​ອາ​ທິດນີ້.
​ອະ​ທິ​ຖານ
ອະ​ທິ​ຖານ​ຂໍ​ພ​ຣະ​ ​ເຈົ້າ​ຊ່ວຍ​ທ່ານ​ໃຫ້​ເຊື່ອ​ຟັງ​ພ​ຣະ​ອົງ​ແລະ​ເຊີນ​ພ​ຣະ​ອົງໃຫ້​ເຮັດ​ວຽກ​ໃນ​ທ່ານ​ແລະ​ບັນ​ດາ​ຄົນ​ອ້ອມ​ຂ້າງ​ທ່ານ!
#ໂຄງ​ການ​ຊູ​ເມ້
ຖ່າຍ​ຮູບ​ການ​ສຶກ​ສາ​ພ​ຣະ​ຄຳ​ພີ​ຂອງ​ທ່ານ​ແລະ​​ເອົາ​ລົງ​ໃນ​ການ​ສື່​ສານ​ສັງ​ຄົມ.