ສິນມະຫາສະໜິດຂອງພຣະເຈົ້າ ແລະ ວິທີການນຳ
ພຣະເຢຊູກ່າວວ່າ ເຮົາເປັນເຂົ້າຈີ່ແຫ່ງຊີວິດ ທີ່ໄດ້ລົງມາຈາກສະຫວັນ ຖ້າຜູ້ໃດກິນເຂົ້າຈີ່ນີ້ແລ້ວ ຜູ້ນັ້ນຈະມີຊີວິດນິຣັນດອນ ແຕ່ເຂົ້າຈີ່ທີ່ເຮົາຈະໃຫ້ນັ້ນແມ່ນເນື້ອກາຍຂອງເຮົາເອງ ຊຶ່ງເຮົາໃຫ້ເພື່ອວ່າໂລກຈະໄດ້ມີຊີວິດຢູ່. ພິທີສິນມະຫາສະໜິດ ເປັນວິທີງ່າຍໆໃນການສະເຫຼີມສະຫຼອງຄວາມສຳພັນທີ່ສະຫນິດແໜ້ນແຟ້ນ ແລະ ຕໍ່ເນື່ອງກັບພຣະເຢຊູ. ນີ້ແມ່ນວິທີງ່າຍໆໃນການສະເຫຼີມສະຫຼອງ!
ເມື່ອພວກທ່ານມາຊຸມນຸມກັນໃນຖານະຜູ້ຕິດຕາມພຣະເຢຊູ ໃຫ້ໃຊ້ເວລາຢູ່ໃນຄວາມສະຫງົບ ໄຕ່ຕອງ ແລະ ສາລະພາບບາບຂອງພວກທ່ານຢ່າງເງີຍບໆ. ເມື່ອພວກທ່ານພ້ອມແລ້ວ ໃຫ້ມີຄົນໜຶ່ງອ່ານຂໍ້ພຣະຄຳຕອນນີ້ -- “ເພາະວ່າ ສິ່ງທີ່ຂ້ານ້ອຍໄດ້ຮັບມາຈາກອົງພຣະຜູ້ເປັນເຈົ້າ ນັ້ນ ຂ້ານ້ອຍໄດ້ມອບໃຫ້ພວກທ່ານແລ້ວ: ໃນຄືນທີ່ພຣະເຢຊູອົງພຣະຜູ້ເປັນເຈົ້າຖືກທໍລະຍົດ ພຣະອົງໄດ້ຢິບເຂົ້າຈີ່; ເມື່ອພຣະອົງຂອບພຣະຄຸນແລ້ວ ກໍຫັກເຂົ້າຈີ່ນັ້ນ ແລະ ກ່າວວ່າ ‘ນີ້ແມ່ນຮ່າງກາຍຂອງເຮົາ ທີ່ເພື່ອພວກທ່ານ; ຈົ່ງເຮັດສິ່ງນີ້ເພື່ອລະນຶກເຖິງເຮົາ.’” 1 ໂກຣິນໂທ 11:23-24
ແຈກເຂົ້າໜົມປັງທີ່ທ່ານໄດ້ຈັດຕຽມໄວ້ສຳລັບກຸ່ມ ແລະ ກິນນຳກັນ.
ອ່ານຕໍ່ໄປ -- “ໃນທຳນອງດຽວກັນ ຫຼັງຈາກອາຫານຄ່ຳແລ້ວ ພຣະອົງໄດ້ຢິບຈອກຂຶ້ນ ແລະ ກ່າວວ່າ ‘ຈອກນີ້ແມ່ນພັນທະສັນຍາໃໝ່ໃນເລືອດຂອງເຮົາ; ຈົ່ງເຮັດສິ່ງນີ້ ເມື່ອໃດກໍຕາມທີ່ພວກທ່ານດື່ມ ເພື່ອລະນຶກເຖິງເຮົາ.’” 1 ໂກຣິນໂທ 11:25
ແບ່ງນ້ຳໝາກໄມ້ ຫຼື ວາຍທີ່ທ່ານໄດ້ຈັດຕຽມໄວ້ສຳລັບກຸ່ມ ແລະ ດື່ມນຳກັນ.
ອ່ານຈົນຈົບ: “ເພາະວ່າ ເມື່ອໃດກໍຕາມທີ່ພວກທ່ານກິນເຂົ້າຈີ່ນີ້ ແລະ ດື່ມຈາກຈອກນີ້ ພວກທ່ານກໍປະກາດການສິ້ນພຣະຊົນຂອງອົງພຣະຜູ້ເປັນເຈົ້າ ຈົນກວ່າພຣະອົງຈະສະເດັດມາ.” 1 ໂກຣິນໂທ 11:26
ສະເຫຼີມສະຫຼອງດ້ວຍການອະທິຖານ ຫຼື ການຮ້ອງເພງ. ພວກທ່ານໄດ້ຮ່ວມໃນພິທີສິນມະຫາສະໜິດແລ້ວ. ພວກທ່ານເປັນຂອງພຣະອົງ ແລະ ພຣະອົງກໍເປັນຂອງພວກທ່ານ!
ຖາມຕົນເອງ
- ພຣະຄຳພີເວົ້າວ່າ ມີສິ່ງໃດແດ່ທີ່ຈຳເປັນ ແລະ ບໍ່ຈຳເປັນ ສຳລັບການຮັບສິນມະຫາສະໜິດ?
ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້
ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.
ລົງທະບຽນຟຣີ