ຍິນດີຕ້ອນຮັບສູ່ການອົບຮົມຊູເມ້ - ຊູເມ້ໃນພາສາກຣີກແປວ່າ “ຢີດ”
ພຣະເຢຊູເຈົ້າບອກພວກເຮົາວ່າອານາຈັກຂອງພຣະເຈົ້າປຽບເໝືອນ “ຊູເມ້” ຈຳນວນໜ້ອຍໜຶ່ງເຊິ່ງຍິງຜູ້ໜຶ່ງເອົາໄປປະສົມໃສ່ແປ້ງສາມຜອງໃຫຍ່
ໃນຂະນະທີ່ລາວປະສົມເຊື້ອແປ້ງລົງໃນແປ້ງນັ້ນ ມັນກໍກະຈາຍໄປທົ່ວເຮັດໃຫ້ແປ້ງທັງໝົດຟູຂຶ້ນ
ພຣະເຢຊູເຈົ້າກຳລັງສະແດງໃຫ້ພວກເຮົາເຫັນວ່າ ຄົນທຳມະດາຄົນໜຶ່ງກໍສາມາດເອົາສິ່ງເລັກນ້ອຍແລະໃຊ້ມັນໃຫ້ເກີດຜົນທີ່ຍິ່ງໃຫຍ່ໄດ້!
ຄວາມຝັນຂອງພວກເຮົາແມ່ນເຮັດໃນສິ່ງທີ່ພຣະເຢຊູເຈົ້າບອກ – ນັ້ນຄືເພື່ອຊ່ວຍໃຫ້ຄົນທົ່ວໂລກໃຊ້ເຄື່ອງມືງ່າຍໆນີ້ ເພື່ອການເກີດຜົນທີ່ຍິ່ງໃຫຍ່ໃນອານາຈັກຂອງພຣະເຈົ້າ!
ພຣະມະຫາບັນຊາສຸດທ້າຍຂອງພຣະເຢຊູເຈົ້າຕໍ່ບັນດາສາວົກຂອງພຣະອົງນັ້ນງ່າຍດາຍ ພຣະອົງກ່າວວ່າ –
“ອຳນາດທັງໝົດໃນສະຫວັນແລະທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ ເຫດສະນັ້ນພວກເຈົ້າຈົ່ງໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ, ແລະພຣະວິຍານບໍລິສຸດເຈົ້າ ສັ່ງສອນເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫລະ, ເຮົາຢູ່ກັບເຈົ້າທັງຫລາຍທຸກ ໆ ວັນຈົນສິ້ນໂລກນີ້”
ຄຳສັ່ງສຸດທ້າຍຂອງພຣະເຢຊູເຈົ້ານັ້ນງ່າຍດາຍຄື – ຈົ່ງໄປສ້າງສາວົກ
ແລະຄຳສັ່ງຂອງພຣະອົງທີ່ຈະໃຫ້ພວກເຮົາເຮັດນັ້ນກໍງ່າຍໆຄື ຈົ່ງສ້າງສາວົກບໍ່ວ່າທ່ານຈະໄປບ່ອນໃດກໍ່ຕາມ
ດັ່ງນັ້ນຂັ້ນຕອນສ້າງສາວົກມີຫຍັງແດ່ ?
ເນື່ອງຈາກວ່າສິ່ງໜຶ່ງທີ່ພຣະອົງຊົງບັນຊາໄວ້ກໍຄືການໄປສ້າງສາວົກ ນັ້ນກໍໝາຍຄວາມວ່າສາວົກທຸກໆຄົນທີ່ເຊື່ອໃນພຣະເຢຊູເຈົ້າຈະຕ້ອງຮຽນຮູ້ວິທີການສ້າງວົກຄືກັນ
ຜູ້ທີ່ເຊື່ອໃນພຣະເຈົ້າກຳລັງສ້າງສາວົກແລະບັນດາຜູ້ເຊື່ອໃໝ່ກໍ່ກຳລັງສ້າງສາວົກເຊັ່ນກັນ
ການເພິ່ມຈຳນວນສາວົກ ນັ້ນແມ່ນວິທີການເຮັດວຽກຂອງຊູເມ້
ເໝືອນດັ່ງເຊື້ອແປ້ງ – ທີ່ທຳງານກັບແປ້ງໝົດທັງກ້ອນຈົນ ແປ້ງທັງໝົດຟູຂຶ້ນມາ
ເມື່ອພຣະເຢຊູເຈົ້າຊົງບັນຊາໃຫ້ອອກໄປສ້າງສາວົກ ພຣະອົງກໍຊົງໃຫ້ຄຳພຣະສັນຍາອີກດ້ວຍ
ພຣະເຢຊູເຈົ້າກ່າວວ່າ – ເຮົາຢູ່ກັບເຈົ້າທັງຫລາຍທຸກ ໆ ວັນຈົນສິ້ນໂລກນີ້”
ທຸກໆຄົນທີ່ເຊື່ອໃນພຣະເຢຊູເຈົ້າ ຄວນເຊື່ອໝັ້ນໃນພຣະສັນຍາທີ່ວ່າ ພຣະອົງຈະຢູ່ກັບເຮົາ
ສະເໝີ ເພາະພຣະອົງຊົງຢູ່ກັບພວກເຮົາ!
ແຕ່ນັ້ນຍັງໝາຍເຖິງຜູ້ທີ່ເຊື່ອໃນພຣະເຢຊູເຈົ້າຄວນຍອມຮັບຄວາມຈິງທີ່ວ່າ ພຣະເຢຊູເຈົ້າຕ້ອງການໃຫ້ພວກເຮົາທຸກຄົນອອກໄປສ້າງສາວົກ ເພາະນັ້ນຄືສິ່ງທີ່ພຣະອົງຊົງເຮັດ
ພຣະເຢຊູເຈົ້າກ່າວວ່າ – ອຳນາດທັງໝົດໃນສະຫວັນແລະທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ ເຫດສະນັ້ນ-ຈົ່ງໄປສ້າງສາວົກ
ພຣະເຢຊູເຈົ້າບອກວ່າບໍ່ມີອຳນາດໃດຍິ່ງໃຫຍ່ກວ່ານັ້ນ ບໍ່ມີປະເພນີໃດມີສິດທິອຳນາດຫຼາຍກວ່ານັ້ນ ບໍ່ມີວັດທະນະທຳໃດມີສິດທິອຳນາດຫຼາຍກວ່ານັ້ນ ບໍ່ມີກົດບັນຍັດໃດໃນໂລກມີສິດທິອຳນາດຫຼາຍກວ່ານັ້ນ
ພຣະເຢຊູເຈົ້າກ່າວວ່າ – ຈົ່ງອອກໄປສ້າງສາວົກ
ແລະເຊັ່ນດຽວກັບຊູເມ້ – ເໝືອນກັບເຊື້ອແປ້ງ – ພວກເຮົາຈະເຮັດຕໍ່ໄປແລະເຕີບໃຫຍ່ຂຶ້ນເລື້ອຍໆຈົນກວ່າວຽກງານທັງໝົດຈະສຳເລັດ