tool

3/3 ຮູບແບບການນັດພົບໃນກຸ່ມ

ແບ່ງປັນໜ້ານີ້

ກຸ່ມ 3/3 (ອ່ານວ່າ “ສາມສ່ວນ”) ແມ່ນກຸ່ມທີ່ແບ່ງເວລາຮ່ວມກັນອອກເປັນ 3 ສ່ວນ. ຮູບແບບນີ້ເນັ້ນໃສ່ຄວາມສັດຊື່ຕໍ່ການນຳຂອງອົງພຣະຜູ້ເປັນເຈົ້າໃນອະດີດ, ການຟັງຈາກພຣະອົງຮ່ວມກັນ, ແລະ ການວາງແຜນເພື່ອເຊື່ອຟັງໃນອະນາຄົດອັນໃກ້ຕາມການຊົງນຳທີ່ພຣະອົງປະທານໃຫ້.

ຮູບແບບ 3/3 ນີ້ສາມາດນຳໃຊ້ກັບຄຣິສຕະຈັກທີ່ລຽບງ່າຍ (ຫຼື ຄຣິສຕະຈັກໃນບ້ານ), ກຸ່ມຜູ້ນຳ, ຫຼື ກຸ່ມເພື່ອນທີ່ປຶກສາ.

ນີ້ແມ່ນວິທີການເຮັດວຽກ:

  • ເບິ່ງຄືນຫຼັງ - ໜຶ່ງສ່ວນທຳອິດຂອງເວລາກຸ່ມແມ່ນໃຊ້ເພື່ອເບິ່ງຄືນສິ່ງທີ່ໄດ້ເກີດຂຶ້ນນັບຕັ້ງແຕ່ຄັ້ງທີ່ພວກເຂົາຢູ່ຮ່ວມກັນ.
  • ເບິ່ງຂຶ້ນເທິງ - ໜຶ່ງສ່ວນກາງຂອງເວລາກຸ່ມແມ່ນໃຊ້ເພື່ອເບິ່ງຂຶ້ນເທິງຫາສະຕິປັນຍາ ແລະ ການຊົງນຳຈາກພຣະເຈົ້າຜ່ານພຣະຄຳພີ, ການສົນທະນາ ແລະ ການອະທິຖານ.
  • ເບິ່ງໄປທາງໜ້າ - ໜຶ່ງສ່ວນສຸດທ້າຍຂອງເວລາກຸ່ມແມ່ນໃຊ້ເພື່ອເບິ່ງໄປທາງໜ້າວ່າແຕ່ລະຄົນຈະນຳໃຊ້ ແລະ ເຊື່ອຟັງສິ່ງທີ່ພວກເຂົາໄດ້ຮຽນຮູ້ແນວໃດ.

ໂຄງຮ່າງຂອງການນັດພົບ 3/3

ເບິ່ງຄືນຫຼັງ [1/3 ຂອງເວລາຂອງທ່ານ]

ການເບິ່ງແຍງ ແລະ ການອະທິຖານ: ໃຊ້ເວລາໃຫ້ແຕ່ລະຄົນແບ່ງປັນບາງສິ່ງທີ່ພວກເຂົາຮູ້ສຶກຂອບໃຈ. ຈາກນັ້ນໃຫ້ແຕ່ລະຄົນແບ່ງປັນບາງສິ່ງທີ່ພວກເຂົາກຳລັງດີ້ນລົນຢູ່. ໃຫ້ຄົນທີ່ນັ່ງທາງຂວາຂອງພວກເຂົາອະທິຖານເພື່ອພວກເຂົາກ່ຽວກັບສິ່ງທີ່ແບ່ງປັນ. ຖ້າມີໃຜກຳລັງດີ້ນລົນກັບບາງສິ່ງທີ່ຕ້ອງການການເບິ່ງແຍງເພີ່ມ, ໃຫ້ຢູ່ຕໍ່ຫຼັງການນັດພົບເພື່ອເບິ່ງແຍງຄົນນັ້ນ.

ວິໄສທັດ: ໃຊ້ເວລາຮ້ອງເພງນຳກັນ ແລະ ເຊື່ອມໂຍງເນື້ອເພງເຂົ້າກັບຫົວຂໍ້ເຊັ່ນ ການຮັກພຣະເຈົ້າ, ການຮັກຄົນອື່ນ, ການແບ່ງປັນເລື່ອງຂອງພຣະເຢຊູກັບຄົນອື່ນ, ການເລີ່ມກຸ່ມໃໝ່ ແລະ ການຊ່ວຍຄົນອື່ນໃຫ້ເຮັດແບບດຽວກັນ. ຫຼື ຈະໃຫ້ຄົນໃນກຸ່ມແບ່ງປັນຂໍ້ພຣະຄຳພີທີ່ສື່ຄວາມໝາຍເຫຼົ່ານີ້ກໍໄດ້.

ເຊັກອິນ: ໃຫ້ແຕ່ລະຄົນແບ່ງປັນວ່າພວກເຂົາເຮັດໄດ້ແນວໃດກ່ຽວກັບຄວາມມຸ່ງໝັ້ນທີ່ຂຽນໄວ້ຈາກອາທິດກ່ອນ:

  • ທ່ານໄດ້ເຊື່ອຟັງສິ່ງທີ່ທ່ານໄດ້ຮຽນຮູ້ແນວໃດແດ່?
  • ທ່ານໄດ້ຝຶກສອນຜູ້ໃດໃນສິ່ງທີ່ທ່ານໄດ້ຮຽນຮູ້?
  • ທ່ານໄດ້ແບ່ງປັນເລື່ອງຂອງທ່ານ ຫຼື ເລື່ອງລາວຂອງພຣະເຈົ້າກັບຜູ້ໃດ?

ຖ້າພວກເຂົາລືມທີ່ຈະເຮັດຕາມຄວາມມຸ່ງໝັ້ນ ຫຼື ບໍ່ມີໂອກາດເຮັດ, ຄວາມມຸ່ງໝັ້ນຈາກອາທິດກ່ອນຄວນຖືກນຳກັບເຂົ້າໄປໃນຄວາມມຸ່ງໝັ້ນຂອງອາທິດນີ້. ຖ້າມີຄົນໃດປະຕິເສດທີ່ຈະເຊື່ອຟັງສິ່ງທີ່ພວກເຂົາໄດ້ຍິນຈາກພຣະເຈົ້າຢ່າງຊັດເຈນ, ເລື່ອງນັ້ນຄວນຖືກຈັດການເປັນເລື່ອງຂອງລະບຽບວິໄນຂອງຄຣິສຕະຈັກ.

ເບິ່ງຂຶ້ນເທິງ [1/3 ຂອງເວລາຂອງທ່ານ]

ອະທິຖານ: ເວົ້າກັບພຣະເຈົ້າຢ່າງງ່າຍໆ ແລະ ສັ້ນໆ. ຂໍໃຫ້ພຣະເຈົ້າຊົງສອນທ່ານຜ່ານຂໍ້ພຣະຄຳນີ້.

ອ່ານ ແລະ ສົນທະນາ: ອ່ານຂໍ້ພຣະຄຳປະຈຳອາທິດນີ້. ສົນທະນາຄຳຖາມຕໍ່ໄປນີ້:

  • ທ່ານມັກຫຍັງແດ່ໃນຂໍ້ພຣະຄຳນີ້?
  • ມີຫຍັງແດ່ທີ່ທ່ານຮູ້ສຶກທ້າທາຍ ຫຼື ເຂົ້າໃຈຍາກໃນຂໍ້ພຣະຄຳນີ້?

ອ່ານຂໍ້ພຣະຄຳປະຈຳອາທິດນີ້ອີກຄັ້ງ.

  • ພວກເຮົາຮຽນຮູ້ຫຍັງແດ່ກ່ຽວກັບຜູ້ຄົນຈາກຂໍ້ພຣະຄຳນີ້?
  • ພວກເຮົາຮຽນຮູ້ຫຍັງແດ່ກ່ຽວກັບພຣະເຈົ້າຈາກຂໍ້ພຣະຄຳນີ້?

ເບິ່ງໄປທາງໜ້າ [1/3 ຂອງເວລາຂອງທ່ານ]

ເຊື່ອຟັງ. ຝຶກຝົນ. ແບ່ງປັນ.: ໃຊ້ເວລາຢ່າງໜ້ອຍຫ້ານາທີໃນການອະທິຖານແບບເງີຍງຽບ. ໃຫ້ທຸກຄົນໃນກຸ່ມອະທິຖານຂໍພຣະວິນຍານບໍຣິສຸດໃຫ້ຊີ້ທາງວ່າພວກເຂົາຄວນຕອບຄຳຖາມເຫຼົ່ານີ້ແນວໃດ ແລ້ວໃຫ້ຕັ້ງຄວາມມຸ່ງໝັ້ນ. ທຸກຄົນຄວນຂຽນຄວາມມຸ່ງໝັ້ນຂອງຕົນລົງໄວ້ ເພື່ອພວກເຂົາຈະໄດ້ອະທິຖານເພື່ອຜູ້ຄົນຢ່າງມີຄວາມເຂົ້າໃຈ ແລະ ຊ່ວຍກັນຮັບຜິດຊອບ. ບາງຄັ້ງພວກເຂົາອາດຈະບໍ່ໄດ້ຍິນຄຳຕອບສຳລັບທຸກຄຳຖາມໃນທຸກອາທິດ. ຖ້າພວກເຂົາແບ່ງປັນຄຳຕອບບາງຢ່າງທີ່ພວກເຂົາບໍ່ໝັ້ນໃຈວ່າໄດ້ຍິນຈາກພຣະເຈົ້າແທ້ ແຕ່ຄິດວ່າເປັນຄວາມຄິດທີ່ດີ, ກໍຄວນບອກໄວ້ໃຫ້ຊັດ ເນື່ອງຈາກການຮັບຜິດຊອບໃນກໍລະນີນັ້ນຈະຖືກຈັດການໃນອີກລະດັບໜຶ່ງ.

  • ຂ້ອຍຈະນຳຂໍ້ພຣະຄຳນີ້ໄປນຳໃຊ້ ແລະ ເຊື່ອຟັງແນວໃດ?
  • ຂ້ອຍຈະຝຶກສອນ ຫຼື ແບ່ງປັນຂໍ້ພຣະຄຳນີ້ກັບຜູ້ໃດ?
  • ອາທິດນີ້ ພຣະເຈົ້າຕ້ອງການໃຫ້ຂ້ອຍແບ່ງປັນເລື່ອງຂອງຂ້ອຍ [ພະຍານ] ແລະ/ຫຼື ເລື່ອງລາວຂອງພຣະເຈົ້າ [ຂ່າວປະເສີດ] ກັບຜູ້ໃດ?

ການຝຶກຝົນ: ແບ່ງເປັນກຸ່ມ 2 ຫຼື 3 ຄົນ ແລະ ຝຶກສິ່ງທີ່ທ່ານໄດ້ມຸ່ງໝັ້ນຈະເຮັດໃນຄຳຖາມ 5, 6 ຫຼື 7. ຕົວຢ່າງເຊັ່ນ ຈຳລອງບົດສົນທະນາທີ່ຍາກ ຫຼື ການເຜຊິນກັບການລໍ້ລວງ; ຝຶກສອນຂໍ້ພຣະຄຳຂອງມື້ນີ້ ຫຼື ຝຶກປະກາດຂ່າວປະເສີດ.

ສົນທະນາກັບພຣະເຈົ້າ: ໃນກຸ່ມ 2 ຫຼື 3 ຄົນເດີມນັ້ນ, ໃຫ້ອະທິຖານເພື່ອສະມາຊິກແຕ່ລະຄົນເປັນລາຍບຸກຄົນ. ຂໍພຣະເຈົ້າຊົງຈັດຕຽມຫົວໃຈຂອງຜູ້ຄົນທີ່ຈະໄດ້ຍິນເລື່ອງກ່ຽວກັບພຣະເຢຊູໃນອາທິດນີ້. ຂໍໃຫ້ພຣະອົງຊົງປະທານກຳລັງ ແລະ ສະຕິປັນຍາໃຫ້ທ່ານເພື່ອຈະເຊື່ອຟັງຄວາມມຸ່ງໝັ້ນຂອງທ່ານ. ນີ້ແມ່ນການສະຫຼຸບຂອງການນັດພົບ.

ຖາມຕົນເອງ

  • ທ່ານໄດ້ສັງເກດເຫັນຄວາມແຕກຕ່າງລະຫວ່າງກຸ່ມ 3/3 ແລະ ກຸ່ມການຮຽນພຣະຄຳພີຫຼືກຸ່ມນ້ອຍທີ່ທ່ານເຄີຍເປັນສ່ວນໜຶ່ງ (ຫຼື ເຄີຍໄດ້ຍິນ) ທີ່ຜ່ານມາບໍ? ຖ້າເປັນດັ່ງນັ້ນ, ຄວາມແຕກຕ່າງເຫຼົ່ານັ້ນຈະສົ່ງຜົນກະທົບຕໍ່ກຸ່ມແນວໃດ?
  • ກຸ່ມ 3/3 ສາມາດຖືວ່າເປັນຄຣິສຕະຈັກທຳມະດາໄດ້ບໍ? ຍ້ອນຫຍັງ? ຍ້ອນຫຍັງຈຶ່ງບໍ່ໄດ້?

ເລີ່ມຕົ້ນ ຊູເມ ການຝຶກອົບຮົມ ມື້ນີ້

ຟຣີທັງໝົດ, ແລະ ທ່ານສາມາດເລີ່ມໄດ້ທຸກເວລາ—ຮຽນຕາມຈັງຫວະຂອງທ່ານເອງ, ບໍ່ວ່າທ່ານຈະຢູ່ໃສ.

ລົງທະບຽນຟຣີ