ພາສາ


English English
አማርኛ Amharic
العربية Arabic
العربية - الأردن Arabic (Jordanian)
العربية التونسية Arabic (Tunisian)
Armenian Armenian
Sign Language American Sign Language
বাংলা Bengali (India)
भोजपुरी Bhojpuri
Bosanski Bosnian
မြန်မာဘာသာ Burmese
中文(繁體,香港) Cantonese (Traditional)
中文(简体) Chinese (Simplified)
中文(繁體) Chinese (Traditional)
Hrvatski Croatian
Français French
Deutsch German
ગુજરાતી Gujarati
Hausa Hausa
हिन्दी Hindi
Bahasa Indonesia Indonesian
Italiano Italian
日本語 Japanese
ಕನ್ನಡ Kannada
한국어 Korean
Кыргызча Kyrgyz
کوردی Kurdish
ພາສາລາວ Lao
𑒧𑒻𑒟𑒱𑒪𑒲 Maithili
മലയാളം Malayalam
मराठी Marathi
नेपाली Nepali
ଓଡ଼ିଆ Odia
فارسی Persian/Farsi
Polski Polish
Português Portuguese
ਪੰਜਾਬੀ Punjabi
ਪੰਜਾਬੀ (ਪੱਛਮੀ) Punjabi (Western)
Русский Russian
Română Romanian
Slovenščina Slovenian
Soomaali Somali
Español Spanish
Kiswahili Swahili
தமிழ் Tamil
తెలుగు Telugu
ไทย Thai
Türkçe Turkish
اردو Urdu
Tiếng Việt Vietnamese
Yorùbá Yoruba

ເລີ່ມຕົ້ນກັບການຝຶກອົບຮົມຂອງຊູເມ

ສ້າງກຸ່ມຂອງທ່ານດ້ວຍຕົນເອງ

ເຂົ້າຮ່ວມກຸ່ມຝຶກອົບຮົມ

ລວມໂຕກັບໝູ່ເພື່ອນ ຫຼື ໄປຮ່ວມກັບຫຼັກສູດກຸ່ມນ້ອຍໆທີ່ກຳລັງເຮັດຢູ່. ສ້າງກຸ່ມຂອງທ່ານເອງ ແລະ ຕິດຕາມຄວາມຄືບໜ້າ

ສ້າງ

ເຂົ້າຮ່ວມກຸ່ມຝຶກອົບຮົມ

ເຂົ້າຮ່ວມກຸ່ມຝຶກອົບຮົມ

ຖ້າທ່ານບໍ່ສາມາດລວມໂຕກັບກຸ່ມໃນຕອນນີ້ໄດ້, ພິຈາລະນາເຂົ້າຮ່ວມກຸ່ມອົບຮົມອອນລາຍທີ່ນຳພາໂດຍຄູຝຶກສອນຂອງຊູເມທີ່ມີປະສົບການ.

ເຂົ້າຮ່ວມ

ຮ້ອງຂໍຄູຝຶກສອນ

ເຂົ້າຮ່ວມການຝຶກອົບຮົມ

ພວກເຮົາສາມາດເຊື່ອມຕໍ່ທ່ານກັບຄູຝຶກສອນຟຣີຂອງຊູເມຜູ້ທີ່ສາມາດຊ່ວຍໃຫ້ທ່ານເຂົ້າໃຈການອົບຮົມ ແລະ ການເປັນສາວົກທີ່ເກີດຜົນ

ຮັບຄວາມຊ່ວຍເຫຼືອ

ພາບລວມຫຼັກສູດ

Group doing zume

ແນວຄິດຂອງຫຼັກສູດ

ໃນຫຼັກສູດການອຳນວຍຄວາມສະດວກດ້ວຍຕົນເອງ, ທ່ານ ແລະ ກຸ່ມຂອງທ່ານສາມາດໃຊ້ວີດີໂອສັ້ນ, ຄຳຖາມສົນທະນາ ແລະ ຕົວຢ່າງງ່າຍໆເພື່ອພັດທະນາທັກສະ ແລະ ຄວາມຮູ້ຂອງທ່ານໃນດ້ານຕໍ່ໄປນີ້:

ແນວຄິດການເປັນສາວົກ

  • ພຣະເຈົ້າໃຊ້ຄົນທໍາມະດາ
  • ນິຍາມຂອງຄໍາວ່າສາວົກ ແລະ ຄຣິສຕະຈັກ
  • ຈິດວິນຍານທີ່ມີຊີວິດຢູ່ແມ່ນການໄດ້ຍິນ ແລະ ການເຊື່ອຟັງຕໍ່ພຣະເຈົ້າ
  • ຊີວິດຂອງຜູ້ບໍລິໂພກປຽບທຽບກັບຊີວິດຂອງຜູ້ຜະລິດ
  • ເສດຖະກິດຝ່າຍຈິດວິນຍານ
  • ສາວົກລູກເປັດ - ການນຳໃນທັນທີ
  • ຕາທີ່ເບິ່ງເຫັນວ່າອານາຈັກບໍ່ໄດ້ຢູ່ທີ່ໃດ
  • ບຸກຄົນແຫ່ງສັນຕິສຸກ ແລະ ວິທີການຊອກຫາບຸກຄົນຜູ້ນັ້ນ
  • ຄວາມສັດຊື່ດີກວ່າຄວາມຮູ້
  • ຜູ້ນຳກຸ່ມເຊວ
  • ຄາດຫວັງການເຕີບໃຫຍ່ແບບບໍ່ຕໍ່ເນື່ອງ
  • ບາດກ້າວຂອງການທະວີຄູນ
  • ເປັນສ່ວນໜຶ່ງຂອງຄຣິສຕະຈັກສອງແຫ່ງຢູ່ສະເໝີ
  • ຜູ້ນຳໃນເຄືອຂ່າຍ
  • ກຸ່ມເພື່ອນທີ່ປຶກສາ

ການຝຶກຝົນຝ່າຍຈິດວິນຍານ

  • ການຮຽນພຣະຄຳພີຕາມຫຼັກການ S.O.A.P.S.
  • ກຸ່ມຄວາມຮັບຜິດຊອບ
  • ຈະໃຊ້ເວລາເປັນຊົ່ວໂມງໃນການອະທິຖານຢ່າງໃດ
  • ການບໍລິຫານຈັດການຄວາມສຳພັນ - 100 ລາຍຊື່
  • ຂ່າວປະເສີດ ແລະ ວິທີການປະກາດ
  • ບັບຕິສະມາ ແລະ ວິທີການຮັບ
  • ກຽມ ຄໍາພະຍານຂອງທ່ານ 3 ນາທີ
  • ວິໄສທັດແຫ່ງພຣະພອນອັນຍິ່ງໃຫຍ່ທີ່ສຸດ
  • ສິນມະຫາສະໜິດຂອງພຣະເຈົ້າ ແລະ ວິທີການນຳ
  • ການຍ່າງອະທິຖານ ແລະ ວິທີການເຮັດ
  • ຮູບແບບການອະທິຖານອວຍພອນ
  • 3/3 ຮູບແບບການນັດພົບໃນກຸ່ມ
  • ວົງຈອນການຝຶກອົບຮົມສຳລັບສາວົກທີ່ເຕີບໃຫຍ່ເປັນຜູ້ໃຫຍ່
  • ແຜນສາມເດືອນ
  • ລາຍການກວດກາການຝຶກສອນ
  • ອຸປະກອນນາສີ່ທົ່ງ
  • ແຜນທີ່ຮຸ່ນ
  • ການນໍາສະເຫນີຂ່າວປະເສີດ 3 ວົງຈອນ

ຕາຕະລາງການຝຶກອົບຮົມ

ຊູເມຄືການຝຶກອົບຮົມ 20 ຊົ່ວໂມງ, ແຕ່ 20 ຊົ່ວໂມງນັ້ນສາມາດແບ່ງອອກໄດ້ແຕກຕ່າງກັນໄປຂຶ້ນຢູ່ກັບຄວາມພ້ອມໃນກຸ່ມຝຶກອົບຮົມຂອງທ່ານ.

10 ພາກ

ຮູບແບບຫຼັກສູດຕົ້ນສະບັບຂອງຊູເມແມ່ນ 10 ພາກໃນສອງຊົ່ວໂມງ. ໃນແຕ່ລະພາກຈະຈົບລົງດ້ວຍຂັ້ນຕອນການເຊື່ອຟັງ ແລະ ວິທີການແບ່ງປັນລະຫວ່າງພາກຕໍ່ພາກ. ຮູບແບບນີ້ມັກຈະເຮັດຄັ້ງໜຶ່ງຕໍ່ອາທິດສຳລັບໃນ 10 ອາທິດ.

20 ພາກ

ສຳລັບຫຼັກສູດທີ່ຍາວຂຶ້ນ ແລະ ຊ້າລົງພ້ອມໂອກາດຫຼາຍຂຶ້ນໃນການໄດ້ຮັບຄວາມສາມາດໃນແນວຄິດ ແລະ ທັກສະຕ່າງໆ, ຮູບແບບທັງ 20 ພາກມີໂອກາດໃນການຝຶກຝົນຫຼາຍຂຶ້ນໃນແຕ່ລະແນວຄິດ ແລະ ອຸປະກອນຫຼາຍໆອັນ.

ເຂັ້ມຂົ້ນ

ຊູເມສາມາດສຳເລັດໄດ້ພາຍໃນ 5 ມື້ເຄິ່ງ ແຕ່ລະຄັ້ງໃຊ້ເວລາ 4 ຊົ່ວໂມງຕໍ່ພາກ. ສາມາດຈົບໄດ້ພາຍໃນວັນສຸກ (4 ຊົ່ວໂມງ) ແລະ ວັນເສົາໝົດມື້ (8 ຊົ່ວໂມງ) ແລະ ວັນທິດໝົດມື້ (8 ຊົ່ວໂມງ)

ສິ່ງທີ່ຕ້ອງເຮັດ

ຈຳເປັນສຳລັບຫຼັກສູດ:

  • ຢ່າງໜ້ອຍ 3 ຄົນ ແຕ່ດີທີ່ສຸດແມ່ນບໍ່ຕ່ຳກວ່າ 12 ຄົນ.
  • ຄວາມມຸ່ງໝັ້ນຄືໃຊ້ເວລາ 20 ຊົ່ວໂມງໃນການຮຽນຮູ້ ແລະ ຝຶກຝົນແນວຄິວ ແລະ ອຸປະກອນໃນຫຼັກສູດ.
  • ບຸກຄົນທີ່ຈະອຳນວຍຄວາມສະດວກ (ອາດແມ່ນທ່ານ) ເພື່ອຈັດເວລາໃນການພົບ ແລະ ສະຖານທີ່, ເພື່ອນຳພາໃນການສົນທະນາການຕິດຕາມຜົນ ແລະ ອຳນວຍຄວາມສະດວກໃນການແຈ້ງການ.

ບໍ່ຈຳເປັນສຳລັບຫຼັກສູດ:

  • ບໍ່ຈຳເປັນຕ້ອງມີຄວາມຮູ້ ຫຼື ປະສົບການຫຼາຍກວ່າຄົນອື່ນໆໃນກຸ່ມຂອງທ່ານ! ຖ້າທ່ານສາມາດຄິກໃນໜ້າຕໍ່ໄປ ທ່ານສາມາດເປັນຜູ້ນຳການຝຶກອົບຮົມຊູເມໄດ້.
  • ການນຳພາຫຼັກສູດບໍ່ຈຳເປັນຕ້ອງໄດ້ຮັບອະນຸຍາດ! ຊູເມແມ່ນການອຳນວຍຄວາມສະດວກດ້ວຍຕົນເອງ, ເລີ່ມຕົ້ນດ້ວຍຕົນເອງ ແລະ ທ່ານສາມາດເລີ່ມຕົ້ນໃນມື້ນີ້.